ກະຊວງປ້ອງກັນປະເທດ ລາວ-ຍີ່ປຸ່ນ
ຈັດກອງປະຊຸມພົບປະສອງຝ່າຍ
ໃນວັນທີ 7 ມີນາ 2023 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມພົບປະສອງຝ່າຍກ່ຽວກັບການປຶກສາຫາລືການຮ່ວມມືຂອງສອງກະຊວງ
ປ້ອງກັນປະເທດ ລາວ-ຍີ່ປຸ່ນ, ຝ່າຍລາວນຳໂດຍ ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມ
ດ້ວຍຄະນະ ແລະ ຝ່າຍຍີ່ປຸ່ນນຳໂດຍ ທ່ານ ມາຊາມິ ໂອກະ ຮອງລັດຖະມົນຕິກະຊວງປ້ອງກັນປະເທດ ຍີ່ປຸ່ນ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນທີ່ ທ່ານ ມາຊາມິ ໂອກະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງສະຫາຍໄດ້ຕີລາຄາສູງຕໍ່ຜົນງານອັນດີທີສອງຊາດ, ສອງກະຊວງປ້ອງກັນປະເທດ ລາວ-ຍີ່ປຸ່ນ ຍາດມາໄດ້ໃນໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງຊາດ, ສອງກະຊວງປ້ອງກັນປະເທດ ລາວ-ຍີ່ປຸ່ນ ໃຫ້ນັບມື້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ເພື່ອສືບຕໍ່ຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານປ້ອງ ກັນຊາດ, ດ້ານການສຶກສາ ແລະ ສາທາລະນະສຸກເຫຼົ່ານີ້ເປັນຕົ້ນ. ທ່ານ ມາຊາມິ ໂອກະ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ການຕ້ອນຮັັບຂອງທ່ານຮອງ ລັດຖະມົນຕີໃນຄັ້ງນີ້. ໂອກາດດັ່ງກ່າວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດຍັງໄດ້ປຶກສາຫາລືໃນການເພີ່ມທະວີສາຍພົວພັນລະ ຫວ່າງສອງຊາດ, ສອງກະຊວງປ້ອງກັນປະເທດຍີ່ປຸ່ນ-ລາວ, ໂດຍທ່ານ ມາຊາມິ ໂອກະ ໄດ້ສະເໜີຕໍ່ກອງປະຊຸມດັ່ງກ່າວ ໃນການເພີ່ມທະວີການແລກປ່ຽນປະ ສົບການໃນການເຝິກຊ້ອມກອບກູ້ໄພພິບັດເພື່ອຊ່ວຍເຫຼືອດ້ານມະນຸດສະທຳ, ໂດຍການແລກປ່ຽນບົດຮຽນໃນການຕ້ານໄພພິບັດດັ່ງກ່າວ ແມ່ນຈັດຂຶ້ນໃນ ສປປ ລາວ, ເຊິ່ງທ່ານກ່າວວ່າ: ຂະບວນການເຝິກຊ້ອມກອບກູ້ໄພພິບັດເພື່ອຊ່ວຍເຫຼືອດ້ານມະນຸດສະທຳໃນໄລຍະຜ່ານມາ, ທີ່ຈັດຂຶ້ນຢູ່ ສປປ ລາວ ຂອງ ການຮ່ວມມືສາມປະເທດລາວ-ຫວຽດນາມ-ກຳປູເຈຍ ທີ່ເຄີຍປະຕິບັດມາແລ້ວ, ຖ້າເປັນໄປໄດ້ແມ່ນຝ່າຍຍີ່ປຸ່ນຢາກປະ ກອບສ່ວນເຂົ້າໃນຂະບວນການດັ່ງ ກ່າວ ໂດຍຜ່ານຄວາມເຫັນດີເຫັນພ້ອມຂອງສາມປະເທດ.
ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກໍໄດ້ສະເໜີໃນແຜນການການສືບຕໍ່ແລກປ່ຽນບົດຮຽນລະຫວ່າງຄະນະຜູ້ແທນໃນການຢ້ຽມຢາມ ແລະ ການ ເຝິກອົບຮົມ, ສືບຕໍ່ພົວພັນລະຫວ່າງສອງປະເທດໃນການສ້າງຫ້ອງການທີ່ປຶກສາທູດລາວປະຈຳຍີ່ປຸ່ນ ແລະ ຍີ່ປຸ່ນປະຈຳ ສປປ ລາວ, ສະເໜີໃຫ້ຝ່າຍຍີ່ປຸ່ນ ຄົ້ນຄວ້າຫົວຂໍ້ໃນການເຝິກອົບຮົມຮ່ວມມືກອບກູ້ໄພພິບັດຄັ້ງຕໍ່ໄປ ເພື່ອໃຫ້ແທດເໝາະກັບສະພາບຄວາມຕ້ອງການຕົວຈິງຂອງ ສປປ ລາວ. ພ້ອມກັນນັ້ນ, ສອງຮອງລັດຖະມົນຕີກະຊວງປ້ອງກັນປະເທດຍັງປຶກສາຫາລືໃນການທີ່ຈະສືບຕໍ່ສົ່ງນັກສຶກສາທະຫານໄປສຶກສາທີ່ປະເທດຍີ່ປຸ່ນ, ໂດຍຝ່າຍຍີ່ປຸ່ນຈະຊອກຫາ ໂຮງຮຽນທີ່ເໝາະກັບນັກສຶກສາລາວອີກຫຼາຍສາຂາ, ຊອກເງື່ອນໄຂໃຫ້ນັກສຶກສາທີ່ຈົບປະລິນຍາຕີ ໄດ້ມີໂອກາດເຊື່ອມຕໍ່ປະລິນຍາໂທໃນສາຂາມະຫາວິທະ ຍາໄລຕ່າງໆໃນປະເທດຍີ່ປຸ່ນ ແລະ ຫວັງວ່າບັນດານັກສຶກສາທີ່ຮຽນຈົບມາຈາກຍີ່ປຸ່ນນັ້ນ ຈະເປັນຂົວຕໍ່ໃນການພົວພັນລະຫວ່າງສອງຊາດສອງກອງທັບໃນ ອະນາຄົດ. ໃນວັນດຽວກັນ, ທ່ານ ມາຊາມິ ໂອກະ ກໍໄດ້ເຂົ້າຂ່ຳນັບ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດຽວກັນນີ້, ຍັງໄດ້ເຂົ້າພົບປະ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະ ເທດອີກດ້ວຍ.
ແຫຼ່ງທີ່ມາ: ຄໍາບົງ
ວັນທີ 10/03/2023